ວິໄສທັດ
ສະຖາບັນພັດທະນາອາຊີວະສຶກສາ ມີຄວາມເຂັ້ມແຂງຮອບດ້ານ ແລະ ເປັນເລີດ ໃນການກໍ່ສ້າງ ແລະ ບໍາລຸງຄູສອນວິຊາຊີບ, ພັດທະນາຫຼັກສູດ ແລະ ຄົ້ນຄ້ວາ-ວິໄຈ ສາມາດປະຕິບັດບົດບາດໃນການເປັນເສນາທິການ ໃຫ້ກະຊວງສຶກສາທິການ ແລະ ກິລາ ດ້ານວຽກງານວິຊາການ ຂອງສາຍອາຊີວະສຶກສາ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ

ປະຫວັດຄວາມເປັນມາຂອງສະຖາບັນພັດທະນາອາຊີວະສຶກສາ
1983-1998 ເປັນໂຮງຮຽນກໍ່ສ້າງ ແລະ ບຳລຸງຄູໃນລະດັບຊັ້ນກາງ, ເຊີ່ງໄດ້ມີການກໍ່ສ້າງຄູອາຊີວະສຶກສາໃນ 7 ສາຂາວິຊາ: ສ້ອມແປງລົດຍົນ, ກົນຈັກ, ໂລຫະ, ໄຟຟ້າ, ກໍ່ສ້າງ, ຊ່າງໄມ້, ແລະ ຄຸ້ມຄອງບໍລິຫານ
-1998 ຍົກລະດັບຈາກໂຮງຮຽນມາເປັນສູນພັດທະນາອາຊີວະສຶກສາ
-2003 ເປີດສອນຫລັກສູດສ້າງຄູອາຊີວະສຶກສາໃນລະດັບຊັ້ນສູງ ຮຸ່ນທີ 1 ໃນ 3ພາກວິຊາ ອຸດສາຫະກຳ, ກະສິກຳ ແລະ ບໍລິຫານທຸລະກິດ
-2006 ເປີດສອນຫຼັກສູດສ້າງຄູອາຊີວະສຶກສາໃນລະດັບຊັ້ນສູງ ໃນ 5 ພາກວິຊາ: ກະສິກຳ, ເຕັກໂນໂລຊີກົນຈັກ, ກໍ່ສ້າງເຄຫາສະຖານ, ໄຟຟ້າ-ເອເລັກໂຕຣນິກ ແລະ ບໍລິຫານທຸລະກິດ
-2011 ເປີດສອນຫຼັັັັກສູດສ້າງຄູອາຊີວະສຶກສາລະດັບປະລິນຍາຕີໃນ 3 ພາກວິຊາ: ເຕັກໂນໂລຊີກົນຈັກ, ກະສິກຳ, ແລະ ບໍລິຫານທຸລະກິດ
-2013 ຍົກຖານະເປັນສະຖາບັນພັດທະນາອາຊີວະສຶກສາ
-2018 ປັບປຸງພາລະບົດບາດໃຫ້ທຽບເທົ່າກັບຄະນະພາກວິຊາຂອງມະຫາວິທະຍາໄລ