ໂທ: 021312422, ແຟກ:021312421

ກ່ຽວກັບ-ສພອ

ວິໄສທັດ

ພັດທະນາວຽກງານອາຊີວະສຶກສາ ໃຫ້ໄດ້ມາດຕະຖານພາກພື້ນອາຊຽນ

ປະຫວັດຄວາມເປັນມາຂອງສະຖາບັນພັດທະນາອາຊີວະສຶກສາ

  • ວັນທີ 19 ມັງກອນ 1983 ເປັນໂຮງຮຽນກໍ່ສ້າງ ແລະ ບໍາລຸງຄູອາຊີວະສຶກສາຢ່າງຮອບດ້ານ ແລະ ມີຖານະທຽບເທົ່າກັບໂຮງຮຽນການຊ່າງຊັ້ນກາງ, ມີຫຼັກສູດການຮຽນບໍ່ໄດ້ກໍານົດອາຊີບວິຊາສະເພາະ ມີໄລຍະການຮຽນ 10 ເດືອນ, ວັນທີ 5 ຕຸລາ 1983 ໄດ້ຫັນປ່ຽນໂຮງຮຽນກໍ່ສ້າງ ແລະ ບໍາລຸງຄູອາຊີວະສຶກສາ ເປັນສູນພັດທະນາອາຊີວະສຶກສາ ໂດຍໂດ້ປະກອບໂຄງຮ່າງການຈັດຕັ້ງ ແລະ ສັບຊ້ອນພະນັກງານ, ຄູ-ອາຈານຄືນໃໝ່ ເພື່ອໃຫ້ສອດຄ່ອງກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງສູນພັດ ທະນາອາຊີວະສຶກສາ;
  • ວັນທີ 24 ມີນາ 2004 ໄດ້ປັບປຸງພາລະບົດບາດ ຂອງສູນພັດທະນາອາຊີວະສຶກສາຄືນໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວຂອງວຽກງານອາຊີວະສຶກສາ, ສູນພັດທະນາອາຊີວະສຶກສາເປັນການຈັດຕັ້ງບໍລິຫານທາງດ້ານວຽກງານວິ ຊາການ ທີ່ຢູ່ພາຍ ໃຕ້ການຄຸ້ມຄອງໂດຍກົງຂອງກົມອາຊີວະສຶກສາ ກະຊວງສຶກສາທີການ ແລະ ກິລາ; ໃນວັນທີ 12 ພະຈິກ 2013 ໄດ້ຍົກລະດັບ ສູນພັດທະນາອາຊີວະສຶກສາ ເປັນສະຖາບັນພັດ ທະນາອາຊີວະສຶກສາ ມີພາລະບົດບາດເປັເສນາທິການທາງດ້ານວິຊາການກ່ຽວກັບວຽກ ງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ປະກອບມີຫຼັກສູດຊັ້ນສູງ 7 ຫຼັກສູດ, ປະລິນຍາຕີ 5 ຫຼັກສູດ;
  • ວັນທີ 11 ເມສາ 2013 ສະຖານທີ່ແຫ່ງນີ້ໄດ້ຍົກລະດັບມາເປັນສະຖາບັນພັດທະນາອາຊີວະສຶກສາ ກໍ່ສ້າງ ແລະ ບໍາລຸງຄູອາຊີວະສຶກສາ ໃນລະດັບຊັ້ນສູງ ແລະ ປະລິນຍາຕີ, ຊຶ່ງປະ ກອບມີ 19 ສາຂາວິຊາຮຽນ; ວັນທີ 20 ກັນຍາ 2016 ສະຖາບັນພັດທະ ນາອາຊີວະສຶກ ສາໄດ້ຍົກລະດັບເປັນສະຖາບັນວິຊາການ ມີຖານະເທົ່າກັບຄະນະວິຊາຂອງມະຫາທະຍາໄລ ມີພາລະບົດບາດເປັນເສນາທິການ ທາງດ້ານວິຊາການກ່ຽວ ກັບວຽກງານອາຊີວະສຶກ ສາ ແລະ ຝຶກອົບຮົມວິຊາຊີບໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ.
Translate »